ຄຸນສົມບັດ ແລະ ນິໄສຂອງຄົນດີ
1. ຄຸນສົມບັດ
1.1.ຄວາມໝາຍ
ຄຳວ່າ ຄຸນສົມບັດ ແມ່ນຄຳທີ່ໄດ້ມາຈາກພາສາປາລີ ທີ່ປະສົມສອງຄຳເຂົ້າກັນຄື ຄຸນະ+ສຳປັດຕິ ຄຳວ່າ ຄຸນະ ແປວ່າ ດິ, ຄວາມເປັນໄປທີ່ດີ. ສ່ວນຄຳວ່າ ສຳປັດຕິ (ສົມບັດ) ແປວ່າ ເຂົ້າຂອງເງິນຄຳ ສິ່ງທີ່ມີຢູ່ ອີງຕາມສອງຄຳນີ້ ຈຶ່ງແປວ່າ ຄວາມດີຍິ່ງ ບໍລິບູນດ້ວຍຄວາມດີ ເຫຼົ່ານີ້ເປັນຕົ້ນ. ຍ້ອນແນວນັ້ນ ຈຶ່ງເວົ້າໄດ້ວ່າ ຄົນດີ ກໍແມ່ນຄົນທີ່ມີຄຸນສົມບັດດີ ມີຄວາມສຳນຶກດີ ມີຄວາມປະພຶດ ແລະ ປະຕິບັດດີ ເຮັດແຕ່ສິ່ງທີ່ເປັນປະໂຫຍດແກ່ຕົນເອງ ຕໍ່ສ່ວນລວມຕໍ່ສັງຄົມ ແລະ ປະເທດຊາດ
ດັ່ງນັ້ນ, ຄວາມໝາຍທົ່ວໄປໃນຄຳວ່າ ຄຸນສົມບັດ ມັນຈຶ່ງແມ່ນ ແບບແຜນຂອງການດຳລົງຊີວິດ, ແມ່ນບັນດາທັດສະນະຄະຕິ ແລະ ອຸດົມການທີ່ເປັນມາດຕະຖານຂອງມະນຸດ ທີ່ສະແດງອອກຜ່ານທາງກາຍ ແລະ ວາຈາ ອັນເປັນທີ່ຍອມຮັບຈາກຄົນສ່ວນຫຼາ່ຍ ໃນສັງຄົມໃດໜຶ່ງຢ່າງແນ່ນອນ

1.2 ລັກສະນະຂອງຄຸນສົມບັດ
ຄຸນສົມບັດແມ່ນລັກສະນະສະເພາະຢ່າງໜຶ່ງຂອງມະນຸດໂດຍທົ່ວໄປ ມັນເກີດຢູ່ໃນສັງຄົມມະນຸດ ສ່ວນສັດເດຍລະສານ ແລະ ສິ່ງທີ່ມີຊີວິດທັງຫຼາຍທີ່ບໍ່ມີສະຕິປັນຍາ, ບໍ່ມີຈິດສຳນຶກ ແມ່ນບໍ່ມີຄຸນສົມບັດ ຄຸນສົມບັດເກີດຢູ່ໃນຂະບວນການອອກແຮງງານ, ການສຶກສາ, ການດຳລົງຊີວິດ, ຄວາມເຊື່ອຖື, ຂະນົບທຳນຽມ ຮີດຄອງປະເພນີ ແລະ ສິ່ງອື່ນໆ ທີ່ພົວພັນກັບສັງຄົມມະນຸດ
ຄຸນສົມບັດມີລັກສະນະນາມມະທຳ ແລະ ສືບທອດ. ເປັນຄວາມສຳນຶກທີ່ບໍ່ມີຕົວຕົນ, ບໍ່ສາມາດສຳພັດໄດ້, ແຕ່ສາມາດເຫັນໄດ້ໂດຍຜ່ານພຶດຕິກຳ ອີກຢ່າງໜຶ່ງຄຸນສົມບັດຈະເກີດຂື້ນກໍຕໍ່ເມື່ອມີການສຶກສາອົບຮົມຈາກພໍ່-ແມ່, ສັງຄົມ ແລະ ໂຮງຮຽນ, ສາສະໜາ, ກົດໝາຍ..... ໂດຍຜ່ານການທົດສອບຈາກຂະບວນການແຮງງານຕ່າງໆໃນຕົວຈິງ. ດັ່ງຄຳເວົ້າທີ່ວ່າ "ເລືອກຊ້າງໃຫ້ເບິ່ງທາງ ເລືອກນາງໃຫ້ເບິ່ງແມ່" ຫລື "ເຊື້ອໝາກຕ້ອງບໍ່ຫຼົ່ນໄກກົກ ເຊື້ອຜົນດົກບໍ່ຫ່ອນເປັນຫົວລ້ານ" ເປັນຕົ້ນ ຄຸນສົມບັດມີລັກສະນະສັງຄົມ ແລະ ປະຫວັດສາດ. ຄົນຢູ່ໃນແຕ່ລະຍຸກແຕ່ລະສະໄໝແຕກຕ່າງກັນກໍ່ຈະມີທັດສະນະ,ມີມາດຖານຄຸນສົມບັດທີ່ແຕກຕ່າງກັນ ທັງນີ້ກໍຍ້ອນພື້ນຖານເສດຖະກິດ-ສັງຄົມ ວັດທະນະທຳ ແລະ ການສຶກສາມີບົດບາດໃນການດຳເນີນ ແລະ ຕັດສິນມາດຖານຄຸນສົມບັດຂອງຄົນໃນສັງຄົມນັ້ນໆ
ຄຸນສົມບັດມີລັກສະນະຊົນຊັ້ນ ຄົນໃນສັງຄົມດຳລົງຊີວິດຕ່າງກັນ ອີງຕາມຖານະ ແລະ ຄວາມເໝາະສົມຂອງສະພາບແວດລ້ອມ. ຍ້ອນແນວນັ້ນ ຢຸ່ໃນສັງຄົມໃດ ກໍຍ່ອມປັບຕົວໃຫ້ເຂົ້າກັບສັງຄົມນັ້ນເພື່ອການຄົງຢູ່ໃນສັງຄົມ, ຄົນດຳລົງຊີວິດຢູ່ໃນສັງຄົມ ຫຼື ຊັ້ນຄົນທີ່ຕ່າງກັນ, ທັດສະນະ ແລະ ມາດຕະຖານຄຸນສົມບັດກໍຕ່າງກັນເຊັ່ນວ່າ ຄຸນສົມບັດຊົນຊັ້ນສັກດີນາ ຕ່າງກັບຄຸນສົມບັດຂອງຊົນຊັ້ນນາຍທຶນ. ແຮງງານຕ່າງໆກັບແນວຄິດຄຸນສົມບັດຂອງອາດຍາສິດຂຸນເສິກ. ພ້ອມນັ້ນ, ຄຸນສົມບັດຂອງແຕ່ລະຄົນແຕ່ລະປະເທດກໍອາດຈະແຕກຕ່າງກັນໄປຕາມສະພາບຂອງແຕ່ລະປະເທດມາຮອດປັດຈຸບັນນີ້ ຄົນເຮົາໄດ້ມີການພັດທະນາຝຶກຝົນຕົນເອງໃຫ້ກາຍເປັນຄົນທີ່ມີຄຸນສົມບັດ ສິນທັມປະຕິວັດຄວບຄູ່ຄວາມຮູ້ ແລະ ຄວາມສາມາດ (ຄວາມຮູ້ຄູ່ຄຸນນະທັມ) ຖືວ່າເປັນມາດຕະການທີ່ດີຂອງຄົນເຮົາ.